ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ


     ວັນທີ 1 ທັນວາ 2023 ນີ້, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີປະກາດການເລື່ອນຊັ້ນ, ເລື່ອນທຽບ
ຊັ້ນໃຫ້ນາຍທະຫານ ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ
ປະທານກວດກາຄະນະພັກ ອົງການ, ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ກຳ
ມະການຄະນະປະຈຳພັກອົງການ, ຫົວໜ້າຫ້ອງການເມືອງ, ມີຄະນະກົມ, ຫ້ອງການ, ພະແນກການ, ກອງຕະຫຼອດຮອດນາຍທະຫານທີ່
ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນເຂົ້າຮ່ວມ.

     ສະຫາຍ ພັນໂທ ຄຳຫຼ້າ ແສນນະເຂດ ຫົວໜ້າພະແນກພະນັກງານຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ
ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ ຫ້ອງວ່າການກະຊວງປ້ອງກັນປະເທດ, ອີງຕາມກົດໝາຍນາຍທະຫານກອງທັບ
ປະຊາຊົນລາວ (ສະບັບ ປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອີງຕາມການຄົ້ນ
ຄວ້າ ແລະ ນຳສະເໜີຂອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດ ຕົກລົງເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ພັນ
ຕີ 18 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ, ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ ແລະ ເລື່ອນຊັ້ນຮ້ອຍໂທ
ຂຶ້ນ ຮ້ອຍເອກ 2 ສະຫາຍ.

     ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານ ທີ່ໄດ້ຮັບການເລື່ອນ
ຊັ້ນ, ເລື່ອນທຽບຊັ້ນໃໝ່, ພ້ອມທັງເນັ້ນໜັກໃຫ້ນາຍທະຫານ ຈົ່ງພ້ອມກັນຍົງສູງຄຸນທາດການເມືອງ-ແນວຄິດຂອງຕົນໃຫ້ສູງຂຶ້ນ, ເພີ່ມທະ
ວີຄວາມສາມັກຄີພາຍໃນ-ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ມີລະບຽບແບບແຜນວິທີການເຮັດວຽກ, ການດຳລົງຊີວິດ ແລະ ການ
ເປັນຢູ່ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງ ແລະ ແທດເໝາະກັບສະພາບ ຄວາມເປັນຈິງ ເພື່ອປະກອບສ່ວນເຂົ້າໃນການປັງປຸງ
ກໍ່ສ້າງກົມກອງ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນເລື້ອຍໆ.

ແຫຼ່ງຂ່າວໂດຍ ບຸນຊູ ໄຊຍະເພັນ
ວັນທີ 07/12/2023